ບໍສິສັດ ທີ່ປືກສາແມ່ຂອງ ໃຫ້ບໍລິການທົ່ວ ສ.ປ.ປ.ລາວ ໃນດ້ານຄວາມຮູ້ທາງດ້ານວິຊາການ ແລະ ຄວາມຊຳນານ ໃນການກໍ່ສ້າງອາຄານ, ຖະໜົນຫົນທາງ ແລະ ຂົວທີ່ທັນສະໄໜ, ໂດຍມີການຮ່ວມມືລະຫວ່າງໜ່ວຍງານຂອງທັງພາກລັດຖະບານ ແລະ ພາກເອກກະຊົນຈຳນວນຫຼາຍ ໂດຍມີເປົ້າໝາຍເພື່ອເຮັດໃຫ້ບັນດາໂຄງການກໍ່ສ້າງຕ່າງໆ ສຳເລັດລຸລ່ວງໃນເວລາທີ່ເໝາະສົມ ແລະ ພາຍໃນງົບປະມານທີ່ໄດ້ກຳນົດໄວ້. ພວກເຮົາຍັງສືບຕໍ່ໃນການໃຫ້ບໍລິການ ບູລະນະຮັກສາຖະໜົນຫົນທາງ ແລະ ຂົວເຫຼັກ/ເປຕົງ ເພື່ອປ້ອງກັນການເຊື່ອຄຸນນະພາບ, ການແຕກແຫງ ອັນເກີດຈາກສະພາບແວດລ້ອມອ້ອມຂ້າງ.
ນອກຈາກນີ້ ພວກເຮົາຍັງໃຫ້ບໍລິການ ໃນດ້ານຄວາມຮູ້ທາງດ້ານວິຊາການ ແລະ ຄວາມຊຳນານທາງດ້ານສະຖາປັດຕະຍະກຳ, ທີ່ຕັ້ງພູມສາດ, ພູມສັນຖານ ແລະ ການສໍາຫຼວດການຈາລະຈອນ ຢ່າງມືອາຊີບ. ພວກເຮົາຍັງໃຫ້ການຝຶກອົບຮົມ ແລະ ການພັດທະນາ ວິສະວະກອນ ແລະ ພະນັກງານຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ພວກເຮົາກ້າວໄປສູ່ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ການບໍລິການທາງການກໍ່ສ້າງຢ່າງມືອາຊີບ. ພວກເຮົາໃຫ້ການບໍລິການດ້ວຍນຳ້ໃຈ ໂດຍພື້ນຖານຂອງ ໄກເຊັນ (kaizen), ໃນພາສາຍີ່ປຸ່ນແມ່ນໝາຍເຖິງ ການຮ່ວມແຮງ ຮ່ວມໃຈກັນ ໃນການປະຕິບັດງານຢ່າງເປັນທີມ. ພວກເຮົາມີການຝຶກຝົນ ແລະ ປະເມີນສັກກະຍະພາບໃນການເຮັດວຽກຢ່າງຕໍ່ເນື່ອງ ເພື່ອໃຫ້ບັນລຸເປົ້າຫມາຍດ້ວຍຄຸນະພາບ ແລະ ໄດ້ມາດຕະຖານສາກົນ.
ບໍລິສັດ ທີ່ປຶກສາແມ່ຂອງ ໄດ້ລິເລີ່ມ ໃຫ້ການບໍລິການໃນວຽກງານທົ່ວໄປ ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ. ພວກເຮົາໄດ້ປະຕິບັດໂຄງການຢ່າງສຳເລັດຜົນ 32 ໂຄງການໃນທົ່ວປະເທດ ແລະ ປັດຈຸບັນຍັງມີ 10 ໂຄງການທີ່ກຳລັງຈັດຕັ້ງປະຕິບັດຢູ່. ທຶນສ່ວນໃຫຍ່ແມ່ນມາຈາກອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດເຊັ່ນ:International Development Banks, Lao Government Institutions ລວມເຖິງບັນດາອົງການຈັດຕັ້ງທີ່ບໍ່ຂື້ນກັບລັດຖະບານເຊັ່ນ: (NGO), ນັກລົງທຶນຈາກພາກເອກະຊົນ ແລະ ອົງການຊ່ວຍເຫຼືອລ້າ.