ປະກາດຮັບສະໝັກ
ພະນັກງານບັນຊີ (1 ຕໍາແໜ່ງ)
ສະຖານທີ່ເຮັດວຽກ: ບ້ານ ໂພນຕ້ອງສະຫວາດ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.
ໜ້າທີ່ຮັບຜິດຊອບ
• ຕິດຕາມການເຄື່ອນໄຫວທາງບັນຊີຂອງບໍລິສັດ, ກວດກາຄວາມຖືກຕ້ອງ ແລະ ໂປ່ງໃສຂອງລາຍການເຄື່ອນໄຫວ.
• ຕິດຕາມການບັນທຶກບັນຊີປະຈຳວັນ, ປະຈຳເດືອນ, ປະຈຳໄຕມາດ, ປະຈຳປີ ແລະ ກວດກາເອກະສານທີ່ກ່ຽວຂ້ອງກັບລາຍການເຄື່ອນໄຫວທຸກໆສາຂາເພື່ອຄວາມສົມເຫດສົມຜົນ ແລະ ການມີຢູ່ຈິງຂອງເອກະສານດ້ານເງິນ.
• ບັນທຶກການເຄື່ອໄຫວ ຕາມຫຼັກການບັນຊີ ຈົດໜີ້ ແລະ ມີ ໂດຍຜ່ານໂປແກຮມບັນຊີ (APIS, IFRS, etc.,)
• ປະສານງານ ກັບບັນດາຂະແໜງການພ້ອມທັງ ກວດກາເອກກະສານ ຈັດຊື້-ຈັດຈ້າງ ໃຫ້ຖືກຕ້ອງຕາມລະບຽບການ ທຸກຄັ້ງ ກ່ອນການບັນທຶກບັນຊີ.
• ລົງບັນຊີປະຈຳວັນລວມ ບົນພື້ນຖານ ລະບຽບຫຼັກການ.
• ຄິດໄລ່ຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່.
• ຈັດລຽງບັດຜ່ານບັນຊີ ໃສ່ເອກະສານທີ່ລົງບັນຊີໃຫ້ຄົບຖ້ວນ ແລະ ເກັບຮັກສາຂໍ້ມູນໄວ້ໃຫ້ເປັນລະບຽບ.
• ປະກອບເອກກະສານ, ແຈ້ງອາກອນມູນຄ່າເພີ່ມ, ອາກອນກຳໄລ ແລະ ອາກອນປະເພດອື່ນໆ (ຖ້າມີ)
• ສະໜອງຂໍ້ມູນດ້ານບັນຊີ ໃຫ້ທຸກພາກສ່ວນໃນ ບໍລິສັດ ແລະ ພາຍນອກ.
• ກວດກາ, ຕິດຕາມ ບັນຊີເງິນສົດ, ເງິນຝາກທະນາຄານ, ທຸກໆທ້າຍອາທິດ, ທ້າຍເດືອນ.
ເງື່ອນໄຂການສະໜັກ:
• ຈົບຊັ້ນສູງ – ປະລິນຍາຕີ ສາຂາ ບັນຊີ-ການເງິນ ຫຼື ສາຂາທີ່ກ່ຽວຂ້ອງ.
• ມີປະສົບການຢ່າງໜ້ອຍ 2 ປີ.
• ມີຄວາມຮູ້ທາງດ້ານ ບັນຊີວິສາຫະກິດ ແລະ ສາມາດນຳໃຊ້ໂປແກມ APIS ໄດ້ເປັນຢ່າງດີ ຫຼື ສາມາດນຳໃຊ້ໂປແກຮມອື່ນໆໄດ້ເຊັ່ນ: ບັນຊີສາກົນ, ບັນຊີໂຄງການ ຈະພິຈາລະນາເປັນພິເສດ
• ມີຄວາມສາມາດໃນການນຳໃຊ້ ພາອັງກິດໄດ້, ມີມະນຸດສຳພັນດີ ແລະ ສາມາດເຮັດວຽກເປັນທີມໄດ້.
ຜູ້ທີ່ສົນໃຈໃນຕຳແໜ່ງທີ່ພວກເຮົາປະກາດ ສາມາດສົ່ງໃບສະໜັກໄດ້ຕາມ : hr_recruitment@mekongconsultants.com.la
ບ້ານ ໂພນຕ້ອງສະຫວາດ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.ໂທ: 021 417 978 WhatsApp: 020 5766 9678
ວັນທີປິດຮັບສະໝັກແມ່ນວັນທີ 30 ເມສາ 2024.
ຜູ້ສະໝັກທີ່ຖືກຄັດເລືອກຈະຕິດຕໍ່ເພື່ອສໍາພາດ.